ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງ ກຳປູເຈຍ
ອີງຕາມຂ່າວຈາກວິທະຍຸກະຈາຍສຽງຫວຽດນາມລາຍງານໃຫ້ຮູ້ໃນວັນທີ 13 ມີນາ 2024 ຜ່ານມານີ້ວ່າ: ກະຊວງເສດຖະກິດ ແລະ
ການເງິນ ກຳປູເຈຍ ໄດ້ປະກາດຂໍ້ມູນໃຫ້ຮູ້ວ່າ: ໃນ 2 ເດືອນຕົ້ນປີ 2024, ວົງເງິນການຄ້າສອງຝ່າຍລະ ຫວ່າງຫວຽດນາມ ແລະ ກຳປູເຈຍ
ບັນລຸໄດ້ກວ່າ 1,41 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ພິເສດແມ່ນ ຈຳນວນສິນຄ້າສົ່ງ
ອອກຂອງ ກຳປູເຈຍ ໄປຍັງ ຫວຽດນາມ ບັນລຸໄດ້ກວ່າ 801 ລ້ານໂດລາສະຫະລັດ ໃນຂະນະທີ່ກຳປູເຈຍ ກໍນຳເຂົ້າສິນ ຄ້າຈາກຫວຽດນາມ
ມີມູນຄ່າ ກວ່າ 612 ລ້ານໂດລາສະຫະລັດ. ອີງໃສ່ຕົວເລກດັ່ງກ່າວ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືທາງການຄ້າທີ່ໃຫຍ່ທີ່ສຸດຂອງ
ກຳປູເຂຍ ໃນບັນດາ ປະເທດສະມາຊິກ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືທາງການຄ້າທີ່ໃຫຍ່ອັນດັບ 2 ຂອງ ກຳປູເຈຍໃນໂລກ,
ຖັດຈາກ ຈີນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/03/2024